Thursday, December 14, 2017

ທຳມະຊາດຂ້ອງແຂວງຫຼວງພະບາງ



ແຂວງຫຼວງພະບາງ ເປັນແຂວງໜື່ງຢູ່ໃນ ສ ປ ປ ລາວ ທີ່ມີຄວາມສວຍສົດງົດງາມໄປດ້ວຍທຳມະຊາດ ແລະ ວັດທະນະທຳຂອງຄວາມເປັນລາວ, ເປັນແຂວງໜື່ງທີ່ມີວັດຖຸບູຮານທີຫຼາກຫຼາຍ ຈື່ງໄດ້ເປັນບ່ອນທີ່ຄົນຮູ້ຈັກດີກັນວ່າເປັນເມືອງມໍລະດົກໂລກ 

ສະຖານທີ່ທ່ອງທ່ຽວ

·        ຫໍພິພິດທະພັນແຫ່ງຊາດຫຼວງພະບາງ
·        ຫໍພະບາງ
·        ພະບາງ
·        ພະຣາຊະວັງຊຽງແກ້ວ
·        ພູສີ
·        ວັດຊຽງທອງ
·        ຖ້ຳຕິ່ງ
·        ຖໍ້ານາງອັ໋ນ
·        ນ້ຳຕົກຕາດກວາງຊີ
·        ນ້ຳຕົກຕາດທອງ
·        ຕາດແສ້
·        ວັດວິຊຸນ
·        ວັດໃໝ່
·        ວັດພະບາດໃຕ້(ວັດຫວຽດ)
·        ວັດແສນ
·        ວັດຄີລີ
·        ວັດປ່າໂພນເພົາ
·        ວັດທາດນ້ອຍ
·        ວັດຫົວຊຽ
·        ວັດໂພນໄຊ
·        ວັດຊຽງມ່ວນ
·        ວັດຈຸມຄ້ອງ
·        ວັດປ່າໄຜ່
·        ວັດສີພຸດທະບາດ
·        ວັດໜອງສີຄູນເມືອງ
·        ວັດສົບ
·        ວັດສີບຸນເຮືອງ
·        ວັດສິລິມຸງຄຸນໄຊຍາຣາມ
·        ວັດປາກຄານ
·        ວັດທາດຫຼວງ
·        ວັດມະໂນຣົມ
·        ວັດຖ້ຳພູສີ
·        ວັດອາໄພ
·        ວັດອາຮາມອຸດຕະມະທານີ
·        ວັດໝື່ນນາ
·        ວັດຈອມເພັດ
ວັດຊຽງແມນ
Picture
ນ້ຳຕົກຕາດກວາງຊີ ຢູ່ຫ່າງຈາກຕົວເມືອງ 25ກິໂລແມັດ. ເປັນນ້ຳຕົກຕາດຫີນປູນ ທີ່ມີຄວາມສວຍງາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີສະພາບປ່າທີ່ສົມບູນອ້ອມຮອບ ນ້ຳຕົກຕາດລົງມາຈາກບໍ່ນ້ຳອອກທາງເທີງຕາດ ເຊິ່ງມີເສັ້ນທາງຂື້ນໄປມາຫາບໍ່ນ້ຳອອກໄດ້, ໄດ້ມີການບູລະນະ ແລະ ສ້າງຄວາມສະດວກໃນການໄປທ່ຽວຊົມໃຫ້ແກ່ນັກທ່ອງທ່ຽວເປັນຢ່າງດີ.

Picture
ຕາດແສ້ ເມືອງຊຽງເງິນ ຕັ້ງຢູ່ແຄມນ້ຳຄານ, ຫ່າງຈາກຕົວເມືອງຫຼວງພະບາງໄປປະມານ 16 ກິໂລແມັດ, ເປັນນ້ຳຕົກຫິນປູນທີ່ສວຍງາມ ແບ່ງເປັນ 3 ຊັ້ນ ໄຫຼລົງສູ່ນ້ຳຄານ ມີນ້ຳໄຫຼສະເພາະລະດູຝົນ ການໄປຈະຕ້ອງຂີ່ເຮືອໄປຕາມສາຍນ້ຳຄານ ຈາກ ບ້ານແອນ ໄປຫາຕາດ ປະມານ 10 ນາທີ ເປັນສະຖານທີ່ພັກຜ່ອນ ແລະ ຫຼີ້ນນ້ຳທີ່ສວຍງາມ ເປັນທີ່ດືງດູດໃຈຂອງນັກທ່ອງທ່ຽວ

No comments:

Post a Comment

ອາຫານ

ປະເພດອາຫານ ບຸບເຟ່ ອາຫານເຊົ້າ ປະເພດອາຫານລາວ ອາຫານໄທ ອາຫານນາໆຊາດ