
ທາດຈອມສີ
ທາດຈອມສີ ສ້າງຂຶ້ນເມື່ອ ຄ.ສ 1804 ( ພ.ສ 2347,ຈ.ສ 1166 ) ໃນສະໄຫມການປົກຄອງຂອງ ເຈົ້າອານຸຣຸດ ລູກຊາຍຂອງເຈົ້າສຸລິຍະວົງສາ ເຈົ້າຊີວິດອານາຈັກລ້ານຊ້າງຫລວງພຣະບາງ ລວງກວ້າງຂອງທາດແທກໄດ້ດ້ານລະ 10,55 ມ ສູງ 21 ມ. ທາດຈອມສີໄດ້ຖືກສ້ອມແປງຄືນໃຫມ່ ເມື່ອ ຄ.ສ 1914 ພ.ສ 2457 ຈ.ສ 1276 ໂອບດ້ວຍແຜ່ນທອງ ເຫລືອງຟອກຄຳ.ຢູ່ຂ້າງທາດເບື້ອງເຫນືອ ມີຫໍໄຫວ້ທີ່ຖືກສ້າງຂຶ້ນໃນສະໄຫມດຽວກັນແລະຕໍ່ມາໄດ້ຮັບການບູລະນະໃຫ້ກວ້າງຂວາງອອກອີກຕື່ມໃນ ຄ.ສ 1796 ພ.ສ 2339 ຈ.ສ 1158. ທາດຈອມສີມີຄວາມຫມາຍສຳຄັນກໍຍ້ອນຕັ້ງຢູ່ເທິງຈອມພູສີໃຈກາງເມືອງເຊິ່ງເປັນພູທີ່ມີເລື່ອງສືບ ຕໍ່ໆກັນມາໃນພົງສາວະດານເມືອງຫລວງພຣະບາງຈິ່ງພາກັນຖືສະເຫມືອນເປັນທາດຫລັກເມືອງ. ຕາມກ່າວກັນວ່າກ່ອນຈະເອີ້ນວ່າ ພູສີ ກໍ່ຍ້ອນວ່າມີລືສີ ສອງອ້າຍນ້ອງຊື່ ອາມະຣະ ຣືສີ ແລະ ໂຍທິກະຣືສີ ຊອກບ່ອນສ້າງບ້ານສ້າງເມືອງໄດ້ອາໄສຢູ່ແລະມາສັງເກດເຫັນວ່າພູນີ້ຕັ້ງຢູ່ກາງເມືອງທີ່ຮາບພຽງງາມດີສົມທີ່ຈະເປັນບ້ານເປັນເມືອງສວຍງາມໂດຍເອົາພູນີເປັນຫລັກໃຈກາງແລ້ວວາງຂອບເຂດເມືອງດັ່ງນີ້:ທິດເຫນືອເອົາກົກທອງ-ສົບຄານເປັນເຂດ, ທິດ ຕາເວັນອອກເອົາພູຊ້າງພູຊວງເປັນເຂດ, ທິດໃຕ້ເອົານໍ້າດົງເປັນເຂດແລະທິດຕາເວັນຕົກເອົາພູທ້າວພູນາງເປັນເຂດ. ພູສີສູງປະມານ 100ມ, ມີທາງຂຶ້ນຫລາຍດ້ານແຕ່ເສັ້ນທາງທີ່ໃຊ້ເປັນປະຈໍາແມ່ນເສັ້ນທາງທິດຕາເວັນອອກຂຶ້ນມາຈາກເສັ້ນທາງແຄມນໍ້າຄານຜ່ານວັດຖໍ້າພູສີ, ທາງທິດຕາເວັນຕົກເບື້ອງພະຣາດຊະວັງເກົ່າມີຂັ້ນໄດ້ຂຶ້ນ 328ຂັ້ນ ສ້າງຂຶ້ນໃນ ຄ.ສ 1936- 1937. ຢູ່ບໍລິເວນພູສີນີ້ປະກອບດ້ວຍສິ່ງສໍາຄັນແລະປູຊະນີຍະສະຖານເກົ່າແກ່ເຊັ່ນ: ວັດຖໍ້າພູສີ, ຮອຍພຸດທະບາດ, ວັນສີພຸດທະບາດ, ວັດປ່າແຄ, ວັກປ່າຝາງ ແລະອາຮາມວັດປ່າຮວກ.ປະເພນີສໍາຄັນອີກອັນຫນຶ່ງຂອງຊາວນະຄອນຫລວງພຣະບາງທີ່ພົວພັນເຖິງພູສີຄືການຕີກອງຢູ່ເທິງຈອມພູສີ. ກອງນີເພິ່ນຕີເປັນຊົ່ວຍາມບູຮານ( ຊົ່ວຍາມໜຶ່ງປະມານສາມຊົ່ວໂມງ ) ຄືຊົ່ວຍາມໜຶ່ງຕີເທື່ອໜຶ່ງ ຫລື ສາມຊົ່ວໃດຕີເທື່ອໜຶ່ງ.ປະເພນີຕີກອງນີ້ຜູ້ເຖົ້າຜູ້ແກ່ເລົ່າສືບກັນມາແຕກຕ່າງກັນສ່ວນຫລາຍກໍພົວພັນກັບຈິດຕະສາດູວາມເຊື່ອຖືທາງສາສະໜາ ແຕ່ທີ່ຈິງແລ້ວມັຮແມ່ນການຕີເພື່ອເຕືອນໃຫ້ສັກດີນາ,ພະສົງອົງຄະເຈົ້າແລະປະຊາຊົນຊາວເມືອງຫລວງພຣະບາງຮູ້ຍາມຮູ້ເວລາຕະຫລອດ 24 ຊົ່ວໂມງເພື່ອປະກອບພາລະກິດສ່ວນລວມແລະຄອບຄົວຂອງເຂົາເຈົ້າເທົ່ານັ້ນ.ດ້ວຍເຫດທີ່ກ່າວມານັ້ນພູສີໃນສະໄຫມບູຮານແມ່ນສູນກາງວັດທະນະທຳແລະເປັນມິ່ງຂວັນຂອງຊາວນະຄອນຫລວງພຣະບາງຈົນມີຄວາມພັງເພີຍ ມັກເວົ້າຕິດສົບຕິດປາກກັນມາວ່າ:ໄປຫລວງພຣະບາງຖ້າບໍ່ໄດ້ຂຶ້ນພູສີ ກໍເທົ່າກັບວ່າບໍ່ເຫັນຫລວງພຣະບາງ
ທາດໝາກໂມ

ທາດຫມາກໂມ ຊື່ແທ້ແມ່ນ ທາດປະທຸມ ຫມາຍຄວາມວ່າທາດດອກບົວໃຫຍ່, ຍ້ອນຍອດທາດມີຮູບຄ້າຍຄືຫມາກໂມຕັດເຄິ່ງ ຈິ່ງເອີ້ນວ່າທາດຫມາກໂມສ້າງຂຶ້ນເມື່ອ ເດືອນ 3 ຄ.ສ 1514 ຕາມຄຳສັ່ງຂອງນາງ ພັນຕີນຊຽງ ເມຍຂອງເຈົ້າຊີວິດ ວິຊຸນນະຣາດ ໃຊ້ເວລາກໍ່ສ້າງ 1ປີ 7ເດືອນ ຈຶ່ງສໍາເລັດ. ທາດນີ້ໄດ້ຊຸດໂຊມ ແລະ ຖິ້ມປະໄລຍະໜຶ່ງສະໄຫມໂຈນຫໍ້ປຸ້ນຊັບສົມບັດຂຸດຄົ້ນວັດວາອາຮາມປູຊະ ນີຍະ ສະຖານຕ່າງໆ. ເມື່ອ ຄ.ສ 1895 ສະໄຫມການປົກຄອງຂອງເຈົ້າຊີວິດ ສັກກະລິນ ໄດ້ດຳເນີນການສ້ອມແປງຄືນໃຫມ່ ແລະ ເຖິງ ວັນທີ 28 ສິງຫາ 1914 ທາດນີ້ໄດ້ຊຸດໂຊມລົງອີກຈິ່ງໄດ້ດໍາເນີນການສ້ອມແປງຄືນອີກເປັນຄັ້ງທີ່ສອງ. ໃນການສ້ອມແປງຄັ້ງນີ້ເພີ່ນໄດ້ຄົ້ນພົບວັດຖຸມີຄ່າເປັນຈໍານວນຫລວງ ຫລາຍເຊັ່ນ: ພະທາດເຈດີຄໍາ, ພະພຸດທະຮູບຄໍາ, ເງິນ, ທອງ ແລະ ແກ້ວແຫວນອື່ນໆເປັນວັດຖຸທີ່ມີຄຸນຄ່າທາງປະຫວັດສາດ ແລະ ສິລະປະວັດທະນະທຳ ໃນສະຕະວັດທີ່ 15 ແລະ16. ບັນດາວັດຖຸມີຄ່າດັ່ງກ່າວນັ້ນໄດ້ເກັບໄວ້ຫໍພິພິທະພັນຫລວງພະບາງປັດຈຸບັນ. ການສ້ອມແປງຄັ້ງທີ່ສອງນັ້ນແມ່ນພາຍໃຕ້ການຊີ້ນໍາຂອງ ຮັງລີມາກຊານ ນັກປະດິດສັງຂອນນະຄອນວັດ ແລະ ໃຊ້ເວລາ 3ປີ 1ເດືອນ ໂດຍບໍ່ນັບລະດູຝົນ.
ວັດໜອງສີຄຸນເມືອງ

ເມື່ອກ່ອນວັດນີ້ຊື່ວ່າ ວັດສີຄຸນເມືອງ ສ້າງເມື່ອ ຄ.ສ 1729 ,ເປັນວັດໃຫຍ່ມີມໍ ລະດົກ ທາງດ້ານ ສະ ຖາປັດ ຕະຍະກໍາສິນ,ປະຕິມາກຳສິນ, ແລະວິ ຈິດ ຕະກໍາສິນ ແຕ່ໜ້າເສຍດາຍ ວັດນີ້ໄດ້ຖືກ ໄຟ ໄໝ້ເມື່ອ ຄ.ສ 1774 ໃນມືສັງຂານຂຶ້ນປີໃຫມ່, ຊັບສົມບັດໄດ້ ສູນເສຍ ໄປ ເກືອບ ໝົດ,ຍັງເຫລືອ ພະພຸດທະຮູບທອງ ຈຳນວນ ໜຶ່ງ. ຕໍ່ມາໃນ ຄ.ສ 1804ໄດ້ປະດິດ ສັງ ຂອນຄືນ ໃຫມ່,ເທື່ອນີ້ໄດ້ປະດິດສັງຂອນກວມ ເອົາໜອງ ໃນ ບໍລິເວນວັດ ເລີຍເອີ້ນວ່າ ວັດໜອງ. ມາຮອດປີ ຄ.ສ 1964ປະຊາຊົນບ້ານວັດໜອງຈຶ່ງ ໄດ້ພາ ກັນສ້າງ ຂຶ້ນດ້ວຍສັດ ທາແລະແຮງ ງານຂອງເຂົາເຈົ້າເອງ. ຢູ່ໃນອາຮາມ ວັດ ມີ ພະພຸດ ທະຮູບທອງສໍາລິດອົງໜຶ່ງໜັກ 120 ກິໂລ ກຣາມ. ຕາມການຊ່າ ລືກັນວ່າ ພະ ພຸດ ທະຮູບອົງ ນີ້ມີຄວາມສັກສິດສົມຄວນ, ເພາະ າໄຟ ໄຫມ້ ວັດນັ້ນອາຮາມນີ້ ຖືກ ໄຟ ໄຫມ້ ເກືອບຫມົດຄົງຍັງ ເຫຼືອແຕ່ຝາ ອາຮາມເບື້ອງຫລັງ ຂອງ ພະພຸດທະຮູບອີງ ເທົ່າ ນັ້ນ.ຄົນຈໍານວນໜຶ່ງກໍ່ກ່າວ ກັນວ່າ ບໍ່ແມ່ນຝາອາ ຮາມແຕ່ແມ່ນຜ້າຄຸມ ພະເຈົ້ານັ້ນ ເອງ.ດັ່ງນັ້ນພະພຸດທະຮູບ ນີ້ຈຶ່ງໄດ້ ຮັບການສັກກະລະບູຊາເປັນທີ່ເພິ່ງແກ່ປະຊາ ຊົນຊາວພຸດ ທະສາສະນິກະຊົນຢ່າງ ຫລວງ ຫລາຍ .
ວັດໃໝ່ສຸວັນນະພູມາຣາມ

ຊື່ແທ້ຂອງວັດນີ້ຊື່ວ່າ ວັດສີສຸວັນນະພູມມາຣາມ ເພາະວັດນີ້ສ້າງທັບໃສ່ວັດເກົ່າທີ່ມີຊື່ວ່າ ວັດສີພູມ ວັດນີ້ສ້າງຂຶ້ນເມື່ອ ຄ.ສ1796.ໃນລາດຊະການຂອງເຈົ້າອານຸຣຸດ ຕໍ່ມາປີ ຄ.ສ 1821 ເຈົ້າມັນທາຕຸລາດລູກຊາຍໄດ້ປະດິດສັງຂອນຄືນໃໝ່. ມາ ຄ.ສ 1891 ເຈົ້າຊີວິດສັກກະລິນໄດ້ໃຫ້ປະດັບປະດາຕົບແຕ່ງຄືນໃໝ່. ມາຮອດ ຄ.ສ1894 ພະມະຫາລາດຊະຄູຕັນໄດ້ຖືກແຕ່ງຕັ້ງເປັນພະສົມເດັດພະສັງຄະຫລາດແຫ່ງລາດຊະອານາຈັກຫລວງພຣະບາງຄົນທຳອິດ.ໃນປີດຽວກັນນີ້ເຈົ້າຊີວິດສັກກະລິນໄດ້ເຊີນເອົາພະບາງຈາກວັດວິຊຸນມາປະດິດສະຖານຢູ່ວັດແຫ່ງນີ້ ແລະ ນັບແຕ່ນັ້ນມາຈິ່ງເອົາອາຮາມວັດໃໝ່ ເປັນບ່ອນກິນນ້ຳພິພັດສັດຈະ(ນ້ຳສາບານ)ຕໍ່ໜ້າພະບາງແຕ່ລະປີ ທັງເປັນບ່ອນປະທັບຂອງສົມເດັດພະສັງຄະຫລາດແຫ່ງປະເທດລາວຈົນເຖິງ ຄ.ສ 1977 ສົມເດັດພະສັງຄະຫລາດຄົນສຸດທ້າຍ ຖືກລັກພາຕົວໜີໄປປະເທດໄທ ແລະ ເສຍຊີວິດໃນປີ 1986.
ວັດຫາດຫລວງ

ສ້າງຂຶ້ນໃນ ຄ.ສ 1818ໃນລາດຊະການຂອງເຈົ້າມັນທາຕຸລາດ ອາຮາມແມ່ນຊ່າງສະກຸນດຽວກັບວັດ ປາກຄານ,ພະພຸດທະຮູບອົງປະທານ ໜັກ 500ກິໂລກຣາມ.ຮາວທຽນທີ່ແກະສະລັກເລື່ອງລາມມະກຽນຕອນສົງຄາມລົບກັບທົດສະກັນຊຶ່ງແມ່ເຈົ້າມະຫາອຸປະຫລາດບຸນຄົງມອບໄວ້ໃນ ຄ.ສ 1915. ທາດໃຫຍ່ທາງຫລັງອາຮາມ, ປີ ຄ.ສ 1910ທາດນີ້ຖືກເພພັງ ແລະໄດຄົ້ນພົບວັດຖຸບູຮານ ສະໄໝຂອມ ມີຫລາຍຢ່າງ: ຫີນສີລາຈາລຶກແລະພະພຸດທະຮູບຕ່າງໆ.ໃນ ຄ.ສ 1935 ທາດ ແລະ ອາຮາມໄດ້ສ້ອມແປງຄືນໃໝ່ຕາມຄຳສັ່ງຂອງເຈົ້າຊີວິດສີສະຫວ່າງວົງ. ສ່ວນທາດນ້ອຍຢູ່ທາງໜ້າອາຮາມສ້າງຂຶ້ນໃນ ຄ.ສ 1820 ຕາມຄຳສັ່ງຂອງນາງ ປະທຸມມາລູກສາວຂອງເຈົ້າອານຸຣຸດ, ຕໍ່ມາໃນ ຄ.ສ 1965ໄດ້ມີການສ້ອມແຊມຄືນໃຫມ່ເພື່ອບັນຈຸກະດູກຂອງເຈົ້າຊີວິດ ສີສະຫວ່າງວົງ
ວັດພະບາດໃຕ້

ວັດນີ້ຕັ້ງຢູ່ແຄມແມ່ນ້ຳຂອງທາງໃຕ້ຂອງເມືອງຫລວງພຣະບາງ ສ້າງຂຶ້ນໃນ ຄ.ສ 1395 ສະໄຫມການປົກຄອງຂອງພະຍາສາມແສນໄທ ເພື່ອເປັນຄູ່ກັບຮອຍຕີນພະບາດເໜືອທີ່ຢູ່ຕີນພູສີ.ໃນ ຄ.ສ 1960 ເພິ່ນໄດ້ມອບໃຫ້ສະມາຄົມຫວຽດຕ່າງດ້າວສົມທົບກັບພຸດທະບໍລິສັດລາວ ປະດິດສັງຂອນຄືນໃໝ່.ພະພຸດທະຮູບອົງໃຫຍ່ຢູ່ມຸກຫໍໄຫວ້ປິ່ນໜ້າໃສ່ແມ່ນ້ຳຂອງແມ່ນນາຍຊ່າງຄົນລາວສ້າງສັດທາຂອງຄົນຫວຽດນາມ.ດັ່ງນັ້ນວັດນີ້ຈິ່ງເປັນວັດທີ່ມີລັກສະນະປະສົມປະສານຂອງລາວແລະ ຫວຽດນາມ.ສິ່ງທີ່ໜ້າສົນໃຈສັມຄວນແກ່ການທີ່ຈະເຂົ້າວັດໄປນີ້ ແມ່ນການໄປຊົມ ຕາເວັນຕົກເວລາຍາມແລງໄດຮູບພາບທີ່ສວຍງາມໜ້າຈັບໃຈ.
ວັດຖໍ້າຊຽງແມ່ນ

ວັດນີ້ຕັ້ງຢູ່ເມືອງຈອມເພັດຟາກນ້ຳຂອງເບື້ອງນັ້ນສ້າງຂຶ້ນໃນ ຄ.ສ 1889-1899 ໃນລາດຊະການຂອງເຈົ້າຊີວິດສັກກະລິນ(ຄຳສຸກ),ວັດໄດ້ມີການຊຸດໂຊມຫລາຍຍ້ອນມີຫລາຍວັດ ແລະມີຄວາມຫຍຸ້ງຍາກ ການບິນທະບາດແລະສົ່ງຈັ່ງຫັນວັນເພນ.ສ່ວນຖ້ຳເປັນຖຳທຳມະຊາດທີ່ເລິກກວ່າ100ມ ເຊິ່ງເປັນບ່ອນເກັບມ້ຽນພະພຸດທະຮູບໄວ້ໃຫ້ປະຊາຊົນມາຫົດສົງແລະບູຊາໃນວັນສົງການປີໃໝ່ລາວ.ດັ່ງນັ້ນຄົນທັງຫລາຍຈິ່ງເອີ້ນວ່າ: ວັດຖໍ້າສັກກະລິນ ສຸວັນນະຄູຫາ.
|

ວັດວິຊຸນ
ວັດວິຊຸນສ້າງຂຶ້ນໃນສະໄຫມການປົກຄອງຂອງເຈົ້າວິຊຸນນະຣາດ ຄ.ສ 1500-1520 ພ.ສ 2043-2063 ຈ.ສ 862-882 ກຳແພງວັດຍາວ 90ວາ ( 135ມ ), ກວ້າງ 50ວາ ( 75ມ ). ອາຮາມເກົ່າສ້າງຂຶ້ນ ໃນ ຄ.ສ 1513 ພ.ສ 2506 ຈ.ສ 875 .ຕໍ່ມາໃນປີ ຄ.ສ 1898 ພ.ສ 2441 ຈ.ສ 1260 ຢູ່ໃນຕຳນານທີ່ຂຽນໂດຍເຈົ້າຄໍາ ໝັ້ນ ລັດຕະນະວົງກົດວ່າ ຄ.ສ 1896 ໃນສະໄຫມການປົກຄອງຂອງເຈົ້າສັກກະລິນ(ຄໍາສຸກ)ອາຮາມເກົ່າທີ່ເສດເຫລືອຈາກໄຟໄໝ້ກໍຖືກມ້າງແລະປະດິດສັງຂອນຫລັງປັດຈຸບັນຂຶ້ນແທນຕາມແບບເກົ່າທຸກປະການ,ບາງລູກຕິ່ງທີ່ເຮັດດ້ວຍໄມ້ຂອງອາຮາມຫລັງເກົ່າກໍຍັງເອົາມາໃສ່ປົນອັນເກົ່າເຊິ່ງເຮັດດ້ວຍປູນຂາວກັບຊີເມັນ.
ວັດວິຊຸນມີຄວາມໝາຍສໍາຄັນ 2 ເຫດຜົນ:
1. ເປັນບ່ອນປະດິດສະຖານຂອງພຣະບາງເຖິງສອງຄັ້ງຄັ້ງທີ່ໜຶ່ງເມື່ອ ຄ.ສ 1513.ຄັ້ງທີ່ສອງແຕ່ປີຄ.ສ 1839-1894.
2. ພາຍຫລັງທີ່ໄດ້ເຕົ້າໂຮມເອົາວຽງຈັນ,ຊຽງຂວາງ,ຫົວຂອງ(ຫ້ວຍຊາຍ)ແລະຫົວພັນເຂົ້າເປັນອັນໜຶ່ງອັນດຽວກັບອານາຈັກຫລວງພຣະບາງແລ້ວເຈົ້າມະຫາອຸປະຫລາດເພັດສະຣາດໄດ້ນໍາໃຊ້ເປັນພິພິທະພັນສິລະປະທາງສາສະໜາເມື່ອຄ.ສ 1942 .ດັ່ງນັ້ນເພິ່ນຈິ່ງໄດ້ທ້ອນໂຮມເອົາວັດຖຸເກົ່າແກ່ ມໍລະດົທາງສາສະໜາແລະວັດທະນະທໍາທີ່ຢູ່ກະແຈກກະຈາຍໃນເມືອງຫລວງພຣະບາງມາໄວ້ວັດນີ້ໂດຍສະເພາະກໍແມ່ນບູຮານວັດຖຸຂອງສະໄຫມຂອມ(ຂະເມນ)ໃນສະຕະວັດທີ11ແລະ12ພ້ອມທັງພະພຸດທະຮູບທີ່ເປັນເອກະ ລັກຂອງຫລວງພຣະບາງຫລາຍຢ່າງເຊັ່ນ:ພະພຸດທະຮູບ ປາງຮຽກຝົນ, ທີ່ມີອາຍຸກົ່າແກ່ແຕ່ສະຕະວັດທີ່17.ພະເຈົ້າອົງໃຫຍ່ ນັກປະມານ3ໂຕນໃຫຍ່ກວ່າພະພຸດທະຮູບອົງຫລວງທຸກວັດໃນເມືອງ.ປັດຈຸບັນວັດຖຸບູຮານສ່ວນໃຫຍ່ແມ່ໄດ້ຖືກຍົກຍ້າຍໄປໄວ້ພະ ລາດຊະວັງເກົ່າ(ຫໍພິພິທະພັນປັດຈຸບັນ)ໄດ້ 30ກວ່າປີມາແລ້ວແລະສ່ວນໜຶ່ງກໍໝົດຍ້ອນຄວາມເກົ່າແກ່ຊຸດໂຊມ.
ວັດຊຽງທອງ

ວັດຊຽງທອງເປັນວັດທີ່ເກົ່າແກ່ ແລະ ສວຍງາມກວ່າວັດອື່ນໆໃນຫລວງພະບາງ, ເປັນວັດທີ່ພະເຈົ້າຊີວິດໃນເມື່ອກ່ອນຖືເປັນວັດປະຕູດ່ານ ແລະ ເອົາໃຈໃສ່ຖະນຸບໍາລຸງເປັນພິເສດ. ທີ່ຖືວ່າເປັນປະຕູດ່ານກໍຍ້ອນວ່າການຄົມມະນາຄົມສ່ວນໃຫຍ່ແມ່ນໃຊ້ທາງນໍ້າ, ສະນັ້ນ ເວລາມີແຂກບ້ານແຂກເມືອງມາຮອດ ຫລື ອອກໄປກໍຕ້ອງຂຶ້ນ ຫລືລົ ງເຮືອຢູ່ທ່າວັດຊຽງທອງນີ້. ແມ່ນແຕ່ເຈົ້າຊີວິດຈະໄປ ຫລື ກັບ ຈາກຕ່າງປະເທດກໍຕ້ອງມາຜ່ານວັດນີ້ (ຮັບສູດໄຊຍັນໂຕ) ຈິ່ງຈະອອກເມືອງ ຫລື ກັບເຂົ້າສູ່ພະລາດຊະວັງໄດ້ ແລະ ກໍເປັນທ່າຂ້າມໄປສູ່ເສັ້ນທາງ ລາວ-ໄທ ໂດຍຜ່ານບ້ານຊຽງແມນ.ວັດຊຽງທອງນີ້ສ້າງຂຶ້ນໃນປີ ຄ.ສ 1559-1560 ໃນສະໄຫມການປົກຄອງຂອງເຈົ້າຊີ ວິດໄຊເສດຖາທິລາດ ເພື່ອເປັນອານຸສອນໃຫ້ແກ່ທ້າວຈັນທະພານິດ, ເຊິ່ງເປັນພໍ່ຄ້າມາແຕ່ວຽງຈັນ ແລະ ຕໍ່ມາກໍໄດ້ຂຶ້ນປົກຄອງເມືອງນີ້ ຕາມນິທານເກົ່າເລົ່າສືບກັນມາແຕ່ສະໄຫມກ່ອນເຈົ້າຟ້າງຸ່ມ.ເຫດຜົນທີ່ພາໃຫ້ຊື່ວັດຊຽງທອງນັ້ນ ກໍ່ມີຫລາຍເຫດຜົນທີ່ແຕກຕ່າງກັນ: ບາງກໍເວົ້າວ່າຍ້ອນມີຕົ້ນທອງໃຫຍ່ ລວງອູ້ມ 7ອູ້ມ ຫລື 7 ອ້ອມ ເທົ່າກັບ10,50ມ, ສູງ160,50ມ. ຈຳນວນໜຶ່ງກໍເວົ້າວ່າເມືອງຫລວງພຣະບາງເປັນເມືອງຫລວງຂອງອານາຈັກລ້ານຊ້າງເຊິ່ງເມື່ອກ່ອນເອີ້ນວ່າ ອານາຈັກສຸວັນນະພູມປະເທດ, ຫລື ປະເທດທີ່ອຸດົມສົມບູນຮັ່ງມີຈິ່ງປ່ຽນຊື່ຈາກ ເມືອງຊວາ ມາເປັນ ຊຽງທອງ ຫລື ເມືອງທອງ(ຄໍາ) ແລະເອົາຊື່ເມືອງເປັນຊື່ວັດເພື່ອເປັນອານຸສອນໃຫ້ແກ່ເມືອງນະບັດນັ້ນມາ. ເມື່ອຄ.ສ 1928ເພິ່ນໄດ້ມີການບູລະນະສ້ອມແປງຄືນ, ມີການເພີ່ມສີສັນດອກດວງຕາມເບື້ອງຫລັງສີມາ, ບານປະຕູປ່ອງຢ້ຽມ ແລະ ອື່ນໆອີກຫລາຍຢ່າງ. ບໍລິເວນວັດນີ້ມີຫລາຍສິ່ງຫລາຍຢ່າງທີ່ໜ້າສົນໃຈສົມຄວນແກ່ການເບິ່ງຊົມເຊັ່ນ: ອາຮາມ. ອູບມຸງພະພຸດທະຮູບຢືນ, ຫໍໄຕພະໄສຍາດ, ຫໍກອງ,ໂຮງມ້ຽນຣາດຊະລົດ ແລະ ໂກດ.
ວັດແສນ

ວັດແສນສ້າງຂຶ້ນເມື່ ຄ.ສ 1718 ໃນສະໄຫມການປົກ ຄອງ ຂອງເຈົ້າກິ່ງກິດສະລາດ. ພາຍຫລັງທີ່ ອານາຈັກ ລ້ານຊ້າງແຍກ ອອກເປັນ 2 ອານາຈັກເອກະລາດ: ອານາຈັກລ້ານຊ້າງຮົ່ມຂາວ ຫລວງພຣະບາງແລະ ອາ ນາຈັກສີສັດຕະ ນາ ຄະ ນາຫຸດ ລ້ານຊ້າງວຽງຈັນ, ໄດ້ ພຽງແຕ່ 11 ປີເທົ່ານັ້ນ. ວັດ ນີ້ກໍ່ໄດ້ສ້າງທັບ ໃສ່ວັດເກົ່າໃນ ສະ ໄຫມສະຕະວັດທີ່ 15 (ສະໄຫມ ເຈົ້າສຸວັນນະ ບັນລັງ) ດັ່ງນັ້ນຈິ່ງຖືວ່າ ເປັນບ່ອນເກົ່າ ແກ່ສັກສິດ່ອນ ໜຶ່ງຂອງ ນະຄອນ ຫລວງພຣະບາງ. ວັດນີ້ໄດ້ຮັບການສ້ອມ ແປງ ຄັ້ງທີ່ໜຶ່ງເມື່ອ ຄ.ສ 1932, ຄັ້ງທີ່2 ແມ່ນປີ ຄ.ສ 1936.ມາຮອດປີ ຄ.ສ 1957 ໄດ້ເຮັດ ການສ້ອມແປງຄັ້ງໃຫຍ່,ມີການຕິດດອກ ດວງ ເຮັດ ຂະ ມຸກພອກຄໍາ ທີ່ສວຍ ສົດງົດ ງາມ.ໂດຍແມ່ນສີມືສະກຸນຊ່າງລາວ ຫລວງພຣະ ບາງ ໂດຍແທ້ ໃນກາງສະຕະວັດທີ່20. ເຫດຜົນທີ່ໃຫ້ໃສ່ຊື່ ວັດແສນຍ້ອນວ່າຜູ້ ສ້າງຄືເຈົ້າຮັງ ໄດຄຄໍາຈໍາ ນວນໜຶ່ງຈາກ ໝາກຫີນ ກ້ອນແສນ 120ກິໂລກຣາມ ຢູ່ແຄມແມ່ນໍ້າຄານມາສ້າງຈິ່ງ ໃສ່ຊື່ວັດ ແສນ. ນອກນັ້ນຍັງມີພະ ພຸດທະຮູບ 18 ສອກສ້າງໃນປີ ຄ.ສ 1972ແທນອົງເກົ່າສະ ຕະວັດ ທີ18 ໄດ້ຊຸດໂຊມ ລົງ ເກືອບໝົດ,ພະເຈົ້າ18ສອກສູງ 6,75ມ ໃນປາງທ່າຮຽກຝົນ
ວັດມະໂນລົມ

ສ້າງຂຶ້ນໃນ ຄ.ສ 1375 ລາດຊະການຂອງເຈົ້າສາມແສນໄທ (ອຸ່ນເຮືອນ). ອາຮາມເກົ່າຖືກເພພັງ ຍັງເຫລືອແຕ່ພະພຸດທະຮູບທອງສຳລິດແຂນກິດຫນັກ 9ລ້ານ 7ແສນ ເທົ່າກັບ 11.650ກິໂລ,ສູງປະມານ 6ມ.ຕາມການເລົ່າຕໍ່ໆກັນມາວ່າພະນີ້ຫລໍ່ຂຶ້ນໃນ ຄ.ສ 1372 .ໃນ ຄ.ສ 1491ເຈົ້າຊີວິດຫລ້ານ້ຳແສນໄທ ໄດ້ເຊີນພະບາງຈາກວັດຊຽງກາງມາປະດິດສະຖານໄວ້ວັດນີ້ ແລະ ປ່ຽນຊື່ເມືອງຊວາ ມາເປັນເມືອງຫລວງພຣະບາງ. ຈາກນັ້ນໃນ ຄ.ສ 1513 ເຈົ້າວິຊຸນນະລາດໄດ້ເຊີນໄປໄວ້ວັດວິຊຸນ. ອາຮາມປັດຈຸບັນແມ່ນສ້າງຂຶ້ນໃນ ຄ.ສ 1972 ໂດຍສັດທາຂອງພະສົງສາມະເນນແລະພຸດທະບໍລິສັດບ້ານຕ່າງໆອ້ອມຂ້າງເປັນຕົ້ນແມ່ບ້ານມະໂນ.ແລະໄດ້ອັນເຊີນພະເຈົ້າແຂນກິດຂຶ້ນປະດິດສະຖານພ້ອມທັງຕໍ່ແຂນໃຫ້.ຫລັງອາຮາມເບື້ອງໃຕ້ແມ່ນອາຮາມເກົ່າຂອງວັດຊຽງກາງເຊິ່ງເມື່ອກ່ອນເຈົ້າຫລ້ານ້ຳແສນໄທໄດເຊີນພະບາງຈາກວຽງຈັນໃນ ຄ.ສ 1489 ມາປະດິດສະຖານໄວ້ຈົນເຖິງ ຄ.ສ 1491 ຈຶ່ງຍ້າຍໄປໄວ້ວັດມະໂນ.
ວັດລ້ອງຄູນ

ສ້າງຂຶ້ນໃນ ຄ.ສ 1791 ໃນລາດຊະການຂອງເຈົ້າອານຸລຸດ ມາເຖິງ ຄ.ສ 1869 ໄດປະດິດສັງຂອນຄືນໃໝ່,ອາຮາມວັດສ້າງຂຶ້ນ ໃນ 2 ສະໄໝຕ່າງກັນ ພາກສ່ວນຫລັງຄາສອງຊັ້ນຊ້ອນທັບກັນແມ່ນສ້າງໃນສະຕະວັດທີ 18 ພາກສ່ວນທາງໜ້າແມ່ນສ້າງຂຶ້ນໃໝ່ ໃນ ຄ.ສ 1937.ຢູ່ຝາດ້ານໜ້າສອງຟາກປະຕູ ມີຮູບແຕ້ມນັກຮົບຈີນ ສອງຄົນ,ເພື່ອເປັນທີລະລຶກຕາມການເລົ່າລືກັນວ່າຄົນລາວເປັນຊົນຊາດໜຶ່ງທີ່ອົບພະຍົບລົງມາຈາກອານາຈັດໜ້ອງແສ(ມູມໜຶ່ງຂອງຈີນໃນປັດຈຸບັນ).ວັດນີຢູ່ກົງກັນຂ້າມກັບວັດຊຽງທອງ ຈິ່ງມີຄວາມສຳຄັນໃນລາດຊະພິທີຂຶ້ນສະເຫວີຍລາດຊະບັນລັງຂອງເຈົ້າຊີວິດລ້ານຊ້າງຫລວງພຣະບາງໃນເມື່ອກ່ອນ.ກ່ອນຈະຂຶ້ນຄອງລາດແຕ່ລະຄົນຕ້ອງໄດ້ໄປບວດຂາວ 3ວັນ ຢູ່ວັດແຫ່ງນີ້ແລ້ວຈຶ່ງມາສູດມຸງຄຸນຢູ່ດອນຊາຍມຸງຄຸນແລ້ວມາຂຶ້ນວັດຊຽງທອງທຳພິທີໄຫວ້ພະຮັບສິນຈາກນັ້ນໄປທຳພິທີຂຶ້ນສະເຫວີຍລາດ ຢູ່ພະລາດຊະວັງ.
ວັດຊຽງແມ່ນ

ສ້າງຂຶ້ນໃນ ຄ.ສ 1592 ໃນລາດຊະການຂອງເຈົ້າໜໍ່ແກ້ວກຸມມານ(ລູກຊາຍຂອງເຈົ້າໄຊເສດຖາທິລາດ).ມາຮອດ ຄ.ສ1927 ທິດພູມີພ້ອມດ້ວຍຄອບຄົວ,ພະສົງສາມະເນນແລະພໍ່ແມ່ປະຊາຊົນບ້ານຊຽງແມ່ນໄດ້ປະດິດສັງຂອນຄືນໃໝ່. ເວົ້າເຖິງບ້ານຊຽງແມ່ເມື່ອກ່ອນເປັນບ້ານທີສຳຄັນສົມຄວນເພາະເປັນບ້ານຕົ້ນທາງແຕ່ລາວຫາໄທເຊິ່ງເປັນເສົ້ນທາງທີນິຍົມກັນໃຊ້ຫລາຍທີ່ສຸດໃນສະໄໝນັ້ນເວລາແຫ່ຂະບວນພະບາງກັບຄືນລາວໃນ ຄ.ສ1866 ກໍໃຊ້ເສັ້ນທາງສາຍນີ້,ເມືອມາຮອດຊຽງແມ່ນກໍໄດ້ຈັດຕັ້ງພິທີຄົບງັນຢູ່ດອນຊາຍມຸງຄຸນເປັນເວລາ 7ມື້ 7ຄືນຈິ່ງເຊີນຂ້າມມາປະດິດສະຖານທີວັດວິຊຸນຕາມເດີມ.
ວັດຈອມເພັດ

ສ້າງຂື້ນໃນ ຄ.ສ 1888 ໃນລາດຊະການຂອງເຈົ້າມະຫີນທະເທບ (ອຸ່ນຄຳ) .ຢູ່ຂ້າງນອກດ້ານໃຕ້ອາຮານ ມີທາດນ້ອຍລູກໜຶ່ງທີ່ບັນຈຸກະດູກຂອງເຈົ້າທອງດີ ເມຍຂອງເຈົ້າຊີວິດສັກກະລິນເສຍຊີວິດໃນ ຄ.ສ 1929.ວັດແຫ່ງນີ້ຕັ້ງຢູ່ຈອມພູນ້ອຍ ຊື່ວ່າຈອມພູເພັດສາມາດຂຶ້ນໄປຊົມທຳມະຊາດອັນສວຍງາມຂອງເມືອງຫລວງພຣະອີກແຫ່ງໜຶ່ງກໍ່ວ່າໄດ້.
|
No comments:
Post a Comment