ແຂວງຫຼວງພະບາງ ເປັນແຂວງໜື່ງຢູ່ໃນ ສ ປ ປ ລາວ ທີ່ມີຄວາມສວຍສົດງົດງາມໄປດ້ວຍທຳມະຊາດ ແລະ ວັດທະນະທຳຂອງຄວາມເປັນລາວ, ເປັນແຂວງໜື່ງທີ່ມີວັດຖຸບູຮານທີຫຼາກຫຼາຍ ຈື່ງໄດ້ເປັນບ່ອນທີ່ຄົນຮູ້ຈັກດີກັນວ່າເປັນເມືອງມໍລະດົກໂລກ
ສະຖານທີ່ທ່ອງທ່ຽວ
· ຫໍພິພິດທະພັນແຫ່ງຊາດຫຼວງພະບາງ · ຫໍພະບາງ · ພະບາງ · ພະຣາຊະວັງຊຽງແກ້ວ · ພູສີ · ວັດຊຽງທອງ · ຖ້ຳຕິ່ງ · ຖໍ້ານາງອັ໋ນ · ນ້ຳຕົກຕາດກວາງຊີ · ນ້ຳຕົກຕາດທອງ · ຕາດແສ້ · ວັດວິຊຸນ · ວັດໃໝ່ · ວັດພະບາດໃຕ້(ວັດຫວຽດ) · ວັດແສນ · ວັດຄີລີ · ວັດປ່າໂພນເພົາ · ວັດທາດນ້ອຍ · ວັດຫົວຊຽງ · ວັດໂພນໄຊ · ວັດຊຽງມ່ວນ · ວັດຈຸມຄ້ອງ · ວັດປ່າໄຜ່ · ວັດສີພຸດທະບາດ · ວັດໜອງສີຄູນເມືອງ · ວັດສົບ · ວັດສີບຸນເຮືອງ · ວັດສິລິມຸງຄຸນໄຊຍາຣາມ · ວັດປາກຄານ · ວັດທາດຫຼວງ · ວັດມະໂນຣົມ · ວັດຖ້ຳພູສີ · ວັດອາໄພ · ວັດອາຮາມອຸດຕະມະທານີ · ວັດໝື່ນນາ · ວັດຈອມເພັດ ວັດຊຽງແມນ |

ນ້ຳຕົກຕາດກວາງຊີ ຢູ່ຫ່າງຈາກຕົວເມືອງ 25ກິໂລແມັດ. ເປັນນ້ຳຕົກຕາດຫີນປູນ ທີ່ມີຄວາມສວຍງາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີສະພາບປ່າທີ່ສົມບູນອ້ອມຮອບ ນ້ຳຕົກຕາດລົງມາຈາກບໍ່ນ້ຳອອກທາງເທີງຕາດ ເຊິ່ງມີເສັ້ນທາງຂື້ນໄປມາຫາບໍ່ນ້ຳອອກໄດ້, ໄດ້ມີການບູລະນະ ແລະ ສ້າງຄວາມສະດວກໃນການໄປທ່ຽວຊົມໃຫ້ແກ່ນັກທ່ອງທ່ຽວເປັນຢ່າງດີ.

ຕາດແສ້ ເມືອງຊຽງເງິນ ຕັ້ງຢູ່ແຄມນ້ຳຄານ, ຫ່າງຈາກຕົວເມືອງຫຼວງພະບາງໄປປະມານ 16 ກິໂລແມັດ, ເປັນນ້ຳຕົກຫິນປູນທີ່ສວຍງາມ ແບ່ງເປັນ 3 ຊັ້ນ ໄຫຼລົງສູ່ນ້ຳຄານ ມີນ້ຳໄຫຼສະເພາະລະດູຝົນ ການໄປຈະຕ້ອງຂີ່ເຮືອໄປຕາມສາຍນ້ຳຄານ ຈາກ ບ້ານແອນ ໄປຫາຕາດ ປະມານ 10 ນາທີ ເປັນສະຖານທີ່ພັກຜ່ອນ ແລະ ຫຼີ້ນນ້ຳທີ່ສວຍງາມ ເປັນທີ່ດືງດູດໃຈຂອງນັກທ່ອງທ່ຽວ












No comments:
Post a Comment